Sbs Lao - Sbs

Informações:

Synopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodes

  • ນັກວິທຍາດຫຼາຍຄົນເຫັນວ່າການຈຳຄຸກຍາວນານ ຄາຕຼີນ ໂຟນລ໌ບີກ ເປັນສິງບໍ່ຖຶກຕ້ອງ

    11/03/2021 Duration: 06min

    ຄະນະຜູ້ສ່ຽວຊານຄະນະນຶ່ງທີ່ປະກອບດ້ວຍນັກການແພດ 90 ຄົນ ພາກັນເຊັນສານເປີດກ້ວາງຮຽກໃຫ້ມີການປ່ອຍໂຕຍານາງ ຄາຕຼີນ ໂຟນລ໌ບີກ ອອກຈາກຄຸກ ຍ້ອນເຫັນວ່າແລະມີຫຼັກຖານວາ່ການຕັດ ສິນຜູ້ກ່ຽວນັ້ນເປັນການຜິດພາດເປັນປະຫັວດການ...ຄືກ່ຽວກັບຄະ ດີທີ່ວ່າຜູ້ກ່ຽວຂ້າອອກເຖິງສີ່ຄົນ... ບັດນີ້ຫຼັກຖານໃນດ້ານ ດີແອນເອ ພິສູດໃຫ້ເຫັນວ່າລູກນັ້ນຕາຍໄປໃນ ແບບທັມຊາດ.

  • ການສັກຢາວັກຊີນໃນອອສເຕຼເລັຍຈະເປັນໄປທັນເວລາທີ່ບົ່ງໄວ້

    11/03/2021 Duration: 04min

    ການສັກຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍຍັງບໍ່ທັນການກັນ ຕາຕະຣາງເວລາທີ່ບົ່ງວາງໄວ້ແຕ່ທາງການສາທາຣະນະສຸກອອສເຕຼ ເລັຍມີຄວາມໜັ້ນໃຈກັບທີ່ຈະສຳເຣັດໄດ້ພາຍໃນເດືອນຕຸລາ 2021... ເຖິງເວລານີ້ຄົນເຖິງຫຼາຍກ່ວາ 61,000 ຄົນຖຶກສັກຢານັ້ນໃຫ້ແລ້ວ ແຕ່ມີການມອງເຫັນວ່າການສັກຢານັ້ນຄວນວ່ອງໄວຂຶ້ນຕື່ມ...

  • ນາຍົກອອສເຕຼເລັຍຖຶກກົດດັນໃຫ້ແກ້ໄຂການກ່າວຫາໃສ່ ຄຼິສຊຽນ ພອກເຕີ

    11/03/2021 Duration: 07min

    ຄອບຄົວຂອງຍິງທີ່າວຫາ ຄຼິສຊຽນ ພອກເຕີ ອາຍາການໃຫຍ່ອອສເຕຼເລັຍ ກ່ຽວກັບການຂົ່ມຂຶນສຳເລົາອັນເປັນປະວັດການສນັບສນູນໃຫ້ມີການກວດ ເບິ່ງຂັ້ນແຫ່ງຊາດກ່ຽວກັບການຕາຍຂອງຜູ້ກ່ຽວທ່ີ່ເກີດຂຶ້ນໃນປີການນີ້. ທ່ານ ພອກເຕີ ລາຣາຊການໄປຊົ່ວຣະຍະນຶ່ງພາຍຫຼັງທີ່ອອກມາປະຕິເສດ ບໍ່ຮັບຮູ້ການກ່າວຫານັ້ນ. ທ່ານຈະບໍ່ລາອອກຕ່ຳແໜ່ງຂອງທ່ານ...

  • ໃນວັນຜູ້ຍິງສາກົນ : ຕ້ອງການຫັຍງປ່ຽນແປງໃນຮີດໃນສະພາອອສເຕຼເລັຍ?

    11/03/2021 Duration: 08min

    ຮີດການກະທຳຫຼາຍສິ່ງຫຼາຍຢ່າງໃນສະພາຜູ້ແທນຣາຊດອນອອສເຕຼເລັຍ ດັ່ງທີ່ ກະທຳຕໍ່ຜູ້ຍິງກຳລັງຖຶກວິພາກວິຈານຢ່າງກ້ວາງຂວາງໂດຍສະເພາະໃນຣະຍະ ວັນຜູ້ຍິງສາກົນ... ມີຫັຍງແດ່ທີ່ເຫັນວ່າຄວນປ່ຽນແປງ?

  • ຂ່າວສຳຮັບ 06-3-21

    11/03/2021 Duration: 12min

    ຂ່າວສຳຮັບຣະຍະ 06-3-21 ທີ່ເປັນແນວສົນໃຈນຳມີຫັຍງແດ່?

  • ຣັຖບານພະຣາຊອາຈາຈັກລາວປະຕິຮູບເພື່ອລາວທຸກທົ່ວໜ້າ (ສຳພາດນາຍົກ)

    04/03/2021 Duration: 21min

    ຕໍ່ແຕ່ພະຣາຊອານາຈັກນລາວຖຶກອົມເອົາໃນປີ 1975 ເປັນຕົ້ນມາ ການຕໍ່ສູ້ພັກຣັຖສັງຄົມນິຍົມຄອມມຸຍນິສຕ໌ໃນຜື້ນແຜ່ນດິນລາວມີ ມາຢ່າງບໍ່ຫຼົດຣະ. ໃນນັ້ນຣັຖບານພະຣາຊນາຈັກລາວຜັດຖິ່ນ ຢ່າງຂະຫັຍນໄດ້ກະທຳ ດັ່ງນັ້ນເພື່ອເດີນໜ້າໃຫ້ໄດ້ຜົນຢູ່ຕໍ່ໆໄປ ທີ່ໃນບໍ່ຊ້ານີ້ຈະມີກອງປະ ຊຸມໃຫຍ່ອັນນຶ່ງຂຶ້ນເພື່ອປະຕິຮູບແລະວາງແຜ່ນຕ່າງໆນາໆອອກມາ...

  • ອະນຸຍາດຢູ່ອອສເຕຼເລັຍຢ່າງຖາວອນຖຶກມອບໃຫ້ຄົນຮົງກົງຫຼາຍຂຶ້ນ

    04/03/2021 Duration: 03min

    ຈຳນວນວີຊາເພື່ອຢູ່ອອສເຕຼເລັຍຢ່າງຖາວອນຖຶກມອບໜາຍໃຫ້ແຫ່ຄົນ ຮົງກົງຫຼາຍຍິ່ງຂຶ້ນມາກມາຍຕໍ່ແຕ່ຣັຖບານຮົງກົງບັນຍັດກົດຽາຍຄວາມ ໜັ້ນຄົງແຫ່ງຊາດ ສປຈີນຂຶ້ນໃນຮົງກົງໃນເດືອນກໍຣະກະດາປີ 2020 ເປັນຕົ້ນມາ. ຂໍ້ມູນທີ່ ແອສບີແອສ ໄດ້ມາພາຍໃຕ້ກົດໜາຍຂໍ້ມູນເສຣີແລະຈາກ ຜູ້ສ່ຽວຊານຕ່າໆ ບອກໃຫ້ຮູ້ວ່າແນວໂນ້ມຂອງການທະວີຫຼາຍຂຶ້ນນັ້ນ ຈະມີຢູ່ຕໍ່ໄປ...

  • ຈອບສິກເກີ ປ່ຽນແປງ

    04/03/2021 Duration: 06min

    ເບັ້ຍ ຈອບສິກເກີ ຖຶກຂຶ້ນໃຫ້ຢ່າງຖາວອນ $50 ຕໍ່ 2 ສັບປະດາແລ້ວ. ນີ້ຈະສັກຊິດຂຶ້ນພາຍຫຼັງເງິນການຄ້ຳຈູນ ໂຄວິດ-19 ຈົລສິ້ນລົງແລ້ວໃນ ເດືອນໜ້າ, ມີນາ 2021. ແຕ່ຄະນະຊຸມຊົນຕ່າງໆເວົ້າວ່າຣັຖບານອອສເຕຼເລັຍປະລະຄົນທີ່ມີຄວາມ ອ່ອນແອ ທີ່ພວກຂະເຈົ້າບາງຄົນມີຄວາມຍາກຊາທີ່ຈະຄວບຄຸມຄ່າຄອງຊີບ ອັນຈຳເປັນໄວ້ໄດ້...

  • ໃຫ້ຣະມັດຣະວັງການຕົວະຕົ້ມໃນຍາມສັກຢາວັກຊີນ ໂຄວິດ-19

    03/03/2021 Duration: 07min

    ຍາມການສັກຢາວັກຊີນ ໂຄວິດ-19 ເປັນເວລາທີ່ທາງການອອສເຕຼເລັຍ ໂດຍສະເພາະສາທາຣະນະສຸກມີຄວາມຂຸ້ນຂ້ຽວຫຼາຍແທ້ໆແລະຄົນທັງຫຼາຍກໍ ມີຄວາມສັບສົນກ່ຽວການການສັກຢານັ້ນ. ນອກນັ້ນກໍມີຄົນບໍ່ດີມາສວຍໂອກາດມາຕົວະຕົ້ມຄົນທງຫຼາຍໂດຍອາໃສການ ສັກຢານັ້ນເປັນຄັນຕາຣະບັດບັງໜ້າ... ກະຣຸນາຣະວັງນຳແທ້ໆ.

  • ການສັກຢາວັກຊີນ ໂຄວິດ-19 ດຳເນິນຕໍ່ໄປແຕ່ຄົນຊະຣາ 2 ຄົນຖຶກສັກໃຫ້ເກີນໄປເຖິງ 4 ເທື່ອ

    03/03/2021 Duration: 06min

    ເຄຼກ ຮານຕ໌ ຣັຖມົນຕຼີສາທາຣະນະສຸກອອສເຕຼເລັຍເວົ້າວ່າຄົນທີ່ ຢູ່ກິນໃນການດູແລຄົນຊະຣາສອງົຄນທີ່ຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ໂດຍບໍ່ຖຶກຕ້ອງບໍ່ສະແດງອາການອັນບໍ່ດັກບໍ່ດີໃດໆໃຫ້ຮູ້ເຫັນ. ຜູ້ເຖົ້າສອງຄົນນັ້ນຖຶກສານັ້ນໃຫ້ເກີນໄປເຖິງສີ່ເທື່ອ... ການຊີ້ແຈງແຈງນັ້ນມີຂຶ້ນເມື່ອການສັກຢາວັກຊີນ ໂຄວິດ-19 ມີຢູ່ ຕໍ່ໆໄປຢູ່ທົ່ວປະເທດອອສເຕຼເລັຍ.

  • ເຟສບຸກເປີດຮັບຂ່າວອອສເຕຼເລັຍຄືນ

    03/03/2021 Duration: 04min

    ມາກ ສຸກກາເບີກ ຜູ້ນຳຂອງເຟສບຸກແລະ ໂຈດ ຟາຍແດນເບີກ ນາຍຄັງໃຫຍ່ອອສເຕຼເລັຍໂອ້ລົມປຶກສາຫາລືກັນແລ້ວ່ກຽວກັບທີ່ ເຟສບຸກປິດ ແວບໄຊຕ໌ ຂອງວົງການຂ່າວສານແລະບາງອົງການ ຈັດຕັ້ງໃນອອສເຕຼເລັຍ. ເຟສບຸກເປີດຄືນແວບໄຊຕ໌ຕ່າງໆນັ້ນແລ້ວພາຍຫຼັງທີ່ຣັຖບານອອສ ເຕຼເລັຍຕົກລົງຈະດັດແປງກົດໜາຍການຕໍ່ລອງກັນກ່ຽວກັບຂ່າວ ສານໃນອອສເຕຼເລັຍ...

  • ຂ່າວຄາວຂົງເຂດແມ່ນ້ຳຂອງ 01-3-21

    03/03/2021 Duration: 16min

    ຂ່າວຄາວແມ່ນ້ຳຂອງໃນຣະຍະ 01-3-21 ທີ່ເປັນທີ່ສົນໃຈມີຫັຍງແດ່?

  • ຂ່າວຄາວສຳຮັບຣະຍະ 01-3-21

    03/03/2021 Duration: 11min

    ຂ່າວຄ່າວໃນຣະຍະ 01 ມີນາ 2021 ມີຫັຍງເປັນທີ່ສົນໃຈແດ່?

  • ທ່ານຈະໄປບຳນານຢູ່ໃສ?

    02/03/2021 Duration: 06min

    ໃນວັນນຶ່ງຄົນທີ່ເຮັດວຽກເຮັດການຢູ່ໃນອອສເຕັຼຍເລັຍຈະເຖິງ ກະສຽນບຳນານຢ່າງແນ່ນອນ. ການບຳນານຢູ່ໃນອອສເຕຼເລັຍຕ້ອງມີການວາງແຜນ ເຊັ່ນວ່າ ຈະໄປຢູກິນຢູ່ໃນຫົນແຫງໃດໃນດອນໃຫຍ່ຈິ່ງໂຈກຂອງໂລກນີ້. ທ່ານຈະໄປບຳນານຢູ່ໃສໃນອອສເຕຼເລັຍ?

  • ຂ່າວຄາວຂົງເຂດແມ່ນ້ຳຂອງສຳຮັບ 27-02-21

    01/03/2021 Duration: 21min

    ຂ່າວຄາວແມ່ນ້ຳຂອງທີ່ເປັນທີ່ສົນໃຈມີຫັຍງແດ່ໃນຣະຍະ 27-02-21?

  • ຂ່າວສຳຮັບຣະຍະ 27-02-21

    01/03/2021 Duration: 11min

    ຂ່າວທົ່ວໄປສຳຮັບຣະຍະ 27-02-21 ທີ່ເປັນອັນສົນໃຈ.

  • ການສັກຢາປ້ອງກັນ ໂຄວິດ-19 ຈະບໍ່ສຳເຣັດໄດ້ພາຍໃນ 6 ປີ

    28/02/2021 Duration: 06min

    ຜູ້ສ່ຽວຊານຄະນະນຶ່ງກະຕວງວ່າການສັກຢາວັກຊີນກັນ ໂຄວິດ-19 ຂອງໂລກນີ້ ຈະບໍ່ສຳເຮັດໄດ້ພາຍໃນຫົກປີຂ້າງໜ້າແລະກໍເຫັນວ່າ...

  • ຄົນສອງສັນຊາດໃນຮົງກົງຖຶກຕັດສິດການໄດ້ການຊ່ວຍເຫຼືອດ້ານການທູດ

    25/02/2021 Duration: 05min

    ຄົນສັນຊາດອອສເຕຼລຽນເລືອດຈີນໃນຮົງກົງມີຄວາມເປັນຫ່ວງເປັນໄຍແລະກຫັງວົນ ກັບການບັງຄັບໃໜ່ຂອງ ສປຈີນ. ນັ້ນແມ່ນຄົນຈີນສອງສັນຊາດບໍ່ມີສິດໄດ້ຮັບການຊ່ວຍເຫຼືອດ້ານການທູດໃດໆຈາກສັນ ຊາດອັນທີສອງຂອງພວກຂະເຈົ້າ...

  • ຂ່ວຄາວຂົງເຂດແມ່ນ້ຳຂອງສຳຮັບຣະຍະ 22-02-21

    25/02/2021 Duration: 21min

    ຂ່າວຄາວຂົງເຂດແມ່ນ້ຳງໃນຣະຍະ 22-02-21 ທີ່ເປັນທີ່ສົນໃຈງມີຫັຍງແດ່?

  • ນັກວິທຍາສາດຕິດຕາມເບິ່ງ ໂຄວິດ-19 ສາຍພັນໃໜ່ໄດ້ແບບໃດກັນ?

    25/02/2021 Duration: 05min

    ໂຄວິດ-19 ທີ່ປ່ຽນຕົນປ່ຽນໂຕເປັນສາຍພັນໃໜ່ກຳລັງປາກົດໂຕຂຶ້ນ ໃນໂລກນີ້. ນັ້ນມີເຊັ່ນສາຍພັນ ບຼາຊຽນ, ອາຟຼິກກາໃຕ້ ແລະອັງກິດ. ນັກວິທຍາສາດຕິດຕາມຮູ້ເຫັນພວກມັນໄດ້ແບບໃດກັນ?

page 25 from 26