Sbs Lao - Sbs

Informações:

Synopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodes

  • ບັນຫາການສໍ້ໂກງດ້ານອາຫານໃນອອສເຕຣເລັຍ.

    06/03/2024 Duration: 09min

    ບັນຫາການສໍ້ໂກງດ້ານອາຫານໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ຜລິດໃນທົ່ວໂລກ ປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ ເຖິງແມ່ນວ່າເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ.

  • Tackling misinformation: How to identify and combat false news - Tackling misinformation: ວິທີລະບຸ ແລະຕໍ່ສູ້ກັບຂ່າວປອມ.

    05/03/2024 Duration: 13min

    In an era where information travels at the speed of light, it has become increasingly difficult to distinguish between true and false. Whether deemed false news, misinformation, or disinformation, the consequences are the same - a distortion of reality that can affect people's opinions, beliefs, and even important decisions. - ໃນສມັຍທີ່ຂໍ້ມູນ ເດີນທາງດ້ວຍຄວາມໄວຂອງແສງ, ການແຍກຄວາມຈິງ ຈາກຄວາມຕົວະ ໄດ້ກາຍເປັນສິ່ງທ້າທາຍຫລາຍຂຶ້ນ ທີ່ຈະແຍກແຍະລະຫວ່າງຄວາມຈິງ ແລະຄວາມບໍ່ຈິງ. ບໍ່ວ່າມັນຈະຖືກເອີ້ນວ່າເປັນຂ່າວປອມ, ຂໍ້ມູນທີ່ຜິດ, ຫລືຂໍ້ມູນບິດເບືອນ, ຜົນກະທົບກໍແມ່ນຄືກັນ—ເປັນການບິດເບືອນຄວາມຈິງ ທີ່ສາມາດໂນ້ມນ້າວຄວາມຄິດເຫັນ, ກຳໜົດຄວາມເຊື່ອ, ແລະແມ່ນແຕ່ ມີອິດທິພົນຕໍ່ການຕັດສິນໃຈທີ່ສໍາຄັນ.

  • ບັນຫາໂຣກຄວາມອ້ວນໃນອອສເຕຣເລັຍ.

    05/03/2024 Duration: 05min

    ປັດຈຸບັນນີ້ ມີຊາວອອສເຕຣເລັຍ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk-food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.

  • ການບໍ່ຮູ້ກ່ຽວກັບໂຣກລີ້ນຫົວໃຈ ຂອງຄົນອອສເຕຣເລັຍ.

    28/02/2024 Duration: 08min

    ການຄົ້ນຄວ້າເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍ ຫຼາຍກວ່າສອງແສນຫ້າໝື່ນຄົນ ໄດ້ຕິດເຊື້ອ ໂຣກລີ້ນຫົວໃຈ (Heart Valve Disease). ແຕ່ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຄົນສ່ວນໃຫຍ່ ບໍ່ຮູ້ກ່ຽວກັບໂຣກນີ້ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງຫຼາຍຂຶ້ນອີກ. ໂຣກນີ້ ຈະສົ່ງຜົນກະທົບຕໍ່ຜູ້ສູງອາຍຸ ຊຶ່ງຕອນນີ້, ຈຳນວນຜູ້ທີ່ອາຍຸສູງກວ່າ 60 ປີນັ້ນມີຫຼາຍ.

  • ການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນອອສເຕຣເລັຍ.

    27/02/2024 Duration: 06min

    ໃນການສໍາຫຼວດໃໝ່ ໂດຍ GlaxoSmithKline ໄດ້ເປີດເຜີຍການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນບັນດາຄົນສູງອາຍຸ ຊາວອອສເຕຣເລັຍ ຊຶ່ງຫຼາຍຄົນຄິດວ່າ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ນັ້ນຮ້າຍແຮງ-ແຕ່ກໍຈະບໍ່ເກີດຂຶ້ນກັບພວກເຂົາ.

  • ການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນອອສເຕຣເລັຍ.

    27/02/2024 Duration: 06min

    ໃນການສໍາຫຼວດໃໝ່ ໂດຍ GlaxoSmithKline ໄດ້ເປີດເຜີຍການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນບັນດາຄົນສູງອາຍຸ ຊາວອອສເຕຣເລັຍ ຊຶ່ງຫຼາຍຄົນຄິດວ່າ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ນັ້ນຮ້າຍແຮງ-ແຕ່ກໍຈະບໍ່ເກີດຂຶ້ນກັບພວກເຂົາ.

  • ການລົງທະບຽນກັບ BetStop ໃນການຍົກເວັ້ນຕົນເອງ ຈາກການພະນັນ,

    27/02/2024 Duration: 06min

    ຣັຖບານກາງ ກໍາລັງປະເຊີນຫນ້າ ກັບການຮຽກຮ້ອງຫຼາຍຂຶ້ນ ໃນການຕໍ່ສູ້ ກັບການພະນັນທີ່ສ້າງບັນຫາ.ຕົວເລກໃຫມ່ ກ່ຽວກັບຈໍານວນຊາວອອສເຕຣເລັຍ ທີ່ຍົກເວັ້ນໂຕເອງ(Self-excluding) ອອກຈາກການຫລິ້ນພະນັນ, ໄດ້ເຮັດໃຫ້ມີການເຕືອນກ່ຽວກັບວິກິດການ ດ້ານສາທາຣະນະສຸກແລະດ້ານອື່ນໆ.

  • ການລົງທະບຽນກັບ BetStop ໃນການຍົກເວັ້ນຕົນເອງ ຈາກການພະນັນ,

    27/02/2024 Duration: 06min

    ຣັຖບານກາງ ກໍາລັງປະເຊີນຫນ້າ ກັບການຮຽກຮ້ອງຫຼາຍຂຶ້ນ ໃນການຕໍ່ສູ້ ກັບການພະນັນທີ່ສ້າງບັນຫາ.ຕົວເລກໃຫມ່ ກ່ຽວກັບຈໍານວນຊາວອອສເຕຣເລັຍ ທີ່ຍົກເວັ້ນໂຕເອງ(Self-excluding) ອອກຈາກການຫລິ້ນພະນັນ, ໄດ້ເຮັດໃຫ້ມີການເຕືອນກ່ຽວກັບວິກິດການ ດ້ານສາທາຣະນະສຸກແລະດ້ານອື່ນໆ.

  • Are you eligible for the Higher Education Loan Program? - ທ່ານມີສິດຢືມເງິນເພື່ອການສຶກສາບໍ່?

    27/02/2024 Duration: 11min

    Around three million Australians have a government loan through HELP, the Higher Education Loan Program. You too may be eligible to defer your tertiary tuition fees until you secure a job. - ຊາວອອສເຕຣເລັຍ ປະມານສາມລ້ານຄົນ ໄດ້ກູ້ຢືມຈາກຣັຖບານໂດຍຜ່ານ HELP (Higher Education Loan Program), ໂຄງການກູ້ຢືມເພື່ອການສຶກສາລະດັບອຸດົມສຶກສາ. ເຊັ່ນດຽວກັນ, ທ່ານອາດຈະມີສິດເລື່ອນຄ່າຮຽນ ລະດັບອຸດົມສຶກສາຂອງທ່ານ ຈົນກວ່າທ່ານຈະມີວຽກເຮັດ.

  • Are you eligible for the Higher Education Loan Program? - ທ່ານມີສິດຢືມເງິນເພື່ອການສຶກສາບໍ່?

    27/02/2024 Duration: 11min

    Around three million Australians have a government loan through HELP, the Higher Education Loan Program. You too may be eligible to defer your tertiary tuition fees until you secure a job. - ຊາວອອສເຕຣເລັຍ ປະມານສາມລ້ານຄົນ ໄດ້ກູ້ຢືມຈາກຣັຖບານໂດຍຜ່ານ HELP (Higher Education Loan Program), ໂຄງການກູ້ຢືມເພື່ອການສຶກສາລະດັບອຸດົມສຶກສາ. ເຊັ່ນດຽວກັນ, ທ່ານອາດຈະມີສິດເລື່ອນຄ່າຮຽນ ລະດັບອຸດົມສຶກສາຂອງທ່ານ ຈົນກວ່າທ່ານຈະມີວຽກເຮັດ.

  • ຕໍາຫລວດກຳລັງປາບປາມການ “ຂົນຖ່າຍເງິນ (Money Mules)”

    21/02/2024 Duration: 06min

    ຕໍາຫລວດຣັຖບານກາງ ແລະສະຖາບັນການເງິນ ຂອງອອສເຕຣເລັຍກ່າວວ່າ ມີກຸ່ມອາຊະຍາກັມ ຈຳນວນຫລາຍຂຶ້ນ ກຳລັງແນເປົ້າຫມາຍໃຫ້ນັກສຶກສາໃຫ້ກາຍເປັນ 'ຜູ້ຂົນຖ່າຍເງິນ (Money Mules)' ຊຶ່ງແມ່ນຄວາມຜິດຮ້າຍແຮງ ຖານຟອກເງິນ ຢ່າງຮ້າຍແຮງ ແລະມີລົງໂທດລະຫວ່າງ 12 ເດືອນ ເຖິງຕິດຄຸກຕລອດຊີວິດ.

  • ນັກຮຽນອອສເຕຣເລັຍກັບປັນຫາໃນການອ່ານໜັງສື.

    21/02/2024 Duration: 04min

    ລາຍງານຂອງສະຖາບັນ Grattan ໄດ້ເປີດເຜີຍວ່າ ນັກຮຽນອອສເຕຣເລັຍ ມີປັນຫາໃນການອ່ານໜັງສື ແລະຮຽກຮ້ອງໃຫ້ໂຮງຮຽນ ຮັບເອົາຄໍາແນະນໍາ ທີ່ເຂົາເຈົ້າກ່າວວ່າ ສາມາດຊ່ວຍໃນເລື້ອງການຮຽນບໍ່ດີຂອງນັກຮຽນ. ລາຍງານຍັງເຕືອນວ່າ ນັກຮຽນທີ່ມີປັນຫາໃນການອ່ານໜັງສື ມັກຈະຮຽນບໍ່ທັນໝູ່...ແລະອາດຈະສ້າງຄວາມເສັຍຫາຍໃຫ້ອອສເຕຣເລັຍຫຼາຍພັນລ້ານໂດລາ ໃນໄລຍະຍາວ.

  • ການຮັກສາຊາຍແດນ ຂອງ ອອສເຕຣເລັຍ.

    20/02/2024 Duration: 07min

    ການມາເຖິງໂດຍທາງເຮືອ ຂອງຜູ້ຊາຍປະມານ 40 ຄົນ, ທີ່ສົງໄສວ່າເປັນຜູ້ຂໍລີ້ພັຍ ໃນທີ່ຫ່າງໄກ ຂອງ Western Australia ໃນອາທິດນີ້, ໄດ້ເຮັດໃຫ້ມີການແລກປ່ຽນຄໍາເວົ້າທີ່ຮຸນແຮງ ລະຫວ່າງຣັຖບານກາງ ແລະຝ່າຍຄ້ານ.

  • What is the cultural significance of First Nations weaving? - ຄວາມສໍາຄັນທາງວັດທະນະທັມ ຂອງການຕ່ຳຜ້າຫຼືຖັກສານຂອງຊົນຊາດທໍາອິດແມ່ນຫຍັງ?

    20/02/2024 Duration: 11min

    Weaving is one of the most complex and sophisticated examples of First Nations technology and culture. It produces objects of beauty, and the process itself has deep cultural significance. Weaving is a way to share knowledge, connect to people and country, invite mindfulness, and much more. - ການຕ່ຳຜ້າຫຼືຖັກສານ ເປັນຫນຶ່ງໃນຕົວຢ່າງທີ່ຊັບຊ້ອນທີ່ສຸດ ຂອງເຕັກໂນໂລຊີ ແລະວັດທະນະທັມ ຂອງ First Nations. ມັນຜລິດວັດຖຸຂອງຄວາມງາມ, ແລະຂະບວນການນັ້ນ ກໍມີຄວາມສໍາຄັນ ທາງດ້ານວັດທະນະທັມ ຢ່າງເລິກເຊິ່ງ. ການຕ່ຳຜ້າແມ່ນວິທີການແບ່ງປັນຄວາມຮູ້, ເຊື່ອມຕໍ່ກັບປະຊາຊົນ ແລະປະເທດ, ສ້າງສະຕິ, ແລະອື່ນໆອີກ.

  • ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.

    01/11/2023 Duration: 08min

    ໂຮກງູສວັດ (Shingles) ສົ່ງຜົນກະທົບ ຕໍ່ຜູ້ຄົນ ເພາະບໍ່ພຽງແຕ່ມັນຈະເຮັດ ໃຫ້ເກີດຄວາມເຈັບປວດຢ່າງສາຫັດ ແລະການບວມ ແລະເຈັບປວດ ໃນບໍຣິເວນເທົ່ານັ້ນ, ແຕ່ມັນອາດເຮັດໃຫ້ ເກີດຄວາມເຈັບປວດ ໃນໄລຍະຍາວນໍາອີກ. ມີຄວາມເຂົ້າໃຈຜິດຫຼາຍຢ່າງກ່ຽວກັບໂຣກນີ້. ຕອນນີ້, ມີ ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.

  • ຄົບຮອບ 77 ປີທີ່ລະເບີດປະຣະມານູຖືກຖິ້ມໃສ່ປະເທດຍີ່ປຸ່ນ

    10/08/2022 Duration: 05min

    ລະເບີດປະຣະມານູ (Atomic bomb) ລູກທໍາອິດຂອງໂລກໄດ້ຖືກຖິ້ມໃສ່ປະເທດຍີ່ປຸ່ນ ແຕ່ອຳນາດທຳລາຍລ້າງຂອງລະເບີດເປັນສິ່ງທີ່ໜ້າຢ້ານກົວ. ທົ່ວໂລກກຳລັງພຍາຍາມຄວບຄຸມການໃຊ້ອາວຸດນິວເຄຼັຍ ແຕ່ຈະມີຜົນຫຍັງບໍ່?

  • ການຊ້ອມຣົບຢ່າງໃຫຍ່ຂອງຈີນໃກ້ກັບໄຕ້ຫວັນ

    09/08/2022 Duration: 05min

    ຈີນໄດ້ມີການຊ້ອມຣົບໃກ້ກັບໄຕ້ຫວັນ. ແຕ່ເມື່ອຖືກທັກທ້ວງຈາກອອສເຕຣເລັຍ, ຈີນກໍຕອບໂຕ້ວ່າ ອອສເຕຣເລັຍບໍ່ຄວນສ້າງປັນຫາຕໍ່ຄວາມພົວພັນຂອງສອງປະເທດ. ແຕ່ທັງຣັຖບານແລະຝ່າຍຄ້ານກໍກ່າວວ່າ ຣັຖມົນຕີຕ່າງປະເທດ ເຮັດຖືກຕ້ອງແລ້ວ ທັງມີການເຕືອນວ່າ ຄວນຈະຕຽມພ້ອມເພາະຈີນມີເຈດຕະນາທີ່ຈະຍຶດຄອງໄຕ້ຫວັນ.

  • ການທ່ອງທ່ຽວໄທ ແລະ ກັນຊາ

    08/08/2022 Duration: 05min

    ການທ່ອງທ່ຽວໄດ້ນຳເງິນຈາກຕ່າງປະເທດມາສູ່ປະເທດໄທປີລະມະຫາສານ ແຕ່ ຜົນກະທົບຂອງໂຄວິດຕໍ່ໄດ້ທຳລາຍຣາຍໄດ້ນັ້ນ. ຕອນນີ້ການທ່ອງທ່ຽວຂອງປະເທດໄທ ໄດ້ອະນຸຍາດໃຫ້ມີການສູບກັນຊາເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ກັບມາຄືນ.

  • ປະຕິກິຣິຍາຂອງຈີນ ຕໍ່ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi

    04/08/2022 Duration: 05min

    ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi ໄດ້ສ້າງປະຕິກິຣິຍາ ຕໍ່ຈີນ, ຣັຖບານອື່ນໆທົ່ວໂລກ ແລະ ປະຊາຊົນໄຕ້ຫວັນເອງ. ບໍມີໃຜຄາດການໄດ້ວ່າ Xi Jinping ຈະໃຊ້ມາດຕະການທາງທະຫານຫຼືບໍ່ ເພາະ Xi ເອງກໍມີເລື້ອງພາຍໃນທີ່ຕ້ອງຮັບມືຄືກັນ

  • ການແລກປ່ຽນຜູ້ຕ້ອງຫາຣະຫວ່າງອາເມຣິກາ ແລະ ຣັສເຊັຍ

    03/08/2022 Duration: 06min

    ການແລກປ່ຽນຜູ້ຕ້ອງຫາຣະຫວ່າງປະເທດ ມັນບໍ່ງ່າຍ ໂດຍສະເພາະ ຣະຫວ່າງອາເມຣິກາ ແລະ ຣັສເຊັຍ ຊຶ່ງມີ ປັດໄຈ ອື່ນໆ ເຂົ້າມາກ່ຽວ.

page 2 from 26